1. ບຸກຄົນທີ່ອັບເນື້ອຫາລົງ uClip ຕ້ອງຮັບຜິດຊອບແຕ່ພຽງຜູ້ດຽວຕໍ່ກັບເນື້ອຫາທີ່ໄດ້ໂພຣດ/ອັບໂຫລດລົງ. ຮັບປະກັນການໄດ້ຮັບອະນຸຍາດຖືກຕ້ອງຕາມກົດໝາຍຂອງຜູ້ຂຽນ ແລະ ເນື້ອຫານັ້ນບໍ່ໄດ້ລະເມີດສິດທິຊັບ ສິນທາງປັນຍາ.
2. ບຸກຄົນທີ່ບໍ່ໄດ້ຮັບອະນຸຍາດຄັດລອກ, ແຈກຍາຍ, ມອບໝາຍ, ຂາຍ, ປະຕິບັດໜ້າທີ່, ແກ້ໄຂດັດແປງ ຫຼື ຂູດ ຄົ້ນເພື່ອຈຸດປະສົງໃດໆໂດຍບໍ່ໄດ້ຮັບຄວາມເຫັນດີຈາກຜູ້ມີສິດອຳນາດຕັດສິນຂອງ Unitel. uClip ຮັກສາຄວາມເປັນເຈົ້າຂອງເນື້ອຫາໃດໆທີ່ບໍ່ຈະແຈ້ງກ່ຽວກັບຊັບສິນທາງປັນຍາ/ຫຼືເນື້ອຫາທີ່ກ່ຽວຂ້ອງ. ຖ້າບຸກຄົນໃດໜຶ່ງໃຊ້ເນື້ອຫາເພື່ອຜົນປະໂຫຍດສ່ວນຕົວແມ່ນຕ້ອງປະຕິບັດຕາມກົດໝາຍລິຂະສິດ ຫຼື ບັນດາກົດ ໝາຍວ່າດ້ວຍຊັບສິນທາງປັນຍາ.
3. ບຸກຄົນທີ່ບໍ່ໄດ້ຮັບອະນຸຍາດ ( ລວມມີ ແລະ ບໍ່ຈຳກັດ ) ເພື່ອເຮັດເຄື່ອງໝາຍ/ລົງທະບຽນ/ຄັດລອກ/ຈຳລອງ/ ນຳໃຊ້ທັງໝົດ ຫຼື ພາກສ່ວນໃດໜຶ່ງຂອງໂລໂກ້, ຊື່ເອີ້ນ, ຊື່ຂອງຝ່າຍຂຶ້ນສິດຜູ້ເປັນເຈົ້າຂອງຂອງ uClip ( http://uClip.la ) ເຂົ້າໃນຈຸດປະສົງໃດກໍ່ຕາມທີ່ບໍ່ໄດ້ຮັບການອະນຸຍາດເປັນລາຍລັກອັກສອນຈາກ Unitel. ທຸກໆການລ່ວງລະເມີດລິຂະສິດຂອງ uClip ແມ່ນຈະຖືກປະຕິບັດຕາມກົດໝາຍ.
4. ຫ້າມໃຫ້ບຸກຄົນລ່ວງລະເມີດລັກສະນະຂອງຄວາມປອດໄພ: ຕ້ອງເຄົາລົບບັນດາຂໍ້ກຳນົດກ່ຽວກັບຂໍ້ຈຳກັດ ການນຳໃຊ້ເຄືອຂ່າຍສັງຄົມຂອງ uClip.