UCLIP

ເເນະນໍາ ມາດຕາບໍລິການ ນະໂຍບາຍສ່ວນຕົວ ຕິດຕໍ່

ຂໍ້ກຳນົດຂອງການນຳໃຊ້ເຄືອຂ່າຍສັງຄົມວິດີໂອ uClip

  1. ສິດ, ຄວາມຮັບຜິດຊອບຂອງຜູ້ນຳໃຊ້ uClip
  1. ສິດຂອງຜູ້ນຳໃຊ້ uClip
  • ໄດ້ຮັບສິດອະນຸຍາດໃນການລົງທະບຽນບັນຊີ/ເຂົ້າຮ່ວມການນຳໃຊ້ບໍລິການuClip ( ການເບິ່ງ, ການໂຕ້ ຕອບ, ການແບ່ງປັນ, ການດາວໂຫລດ/ອັບໂຫລດວິດີໂອ…).
  • ມີສິດໃນການແບ່ງປັນຂໍ້ມູນໃນຮູບແບບຂອງ uClip ທີ່ໄດ້ກຳນົດໄວ້.
  1. ໜ້າທີ່ຮັບຜິດຊອບຂອງຜູ້ນຳໃຊ້ uClip
  • ປະຕິບັດຕາມຂໍ້ກຳນົດກົດໝາຍເຄືອຂ່າຍສັງຄົມ ແລະ ບັນດາຂໍ້ກຳນົດກົດໝາຍຂອງລາວ.
  • ຍອມຮັບຜິດຊອບຕໍ່ກັບບັນດາເນື້ອຫາທີ່ອັບໂຫລດ ຫຼື ແບ່ງປັນຢູ່ uClip ທັງໝົດ.
  • ບໍ່ນຳໃຊ້ uClip ເຂົ້າໃນຈຸດປະສົງການຄ້າໂດຍທີ່ບໍ່ໄດ້ຮັບເອກະສານອະນຸຍາດຈາກທາງ Unitel ກ່ອນ.
  • ອະນຸຍາດໃຫ້ນຳໃຊ້ uClip, ດັດແປງແກ້ໄຂ ( ສ່ວນໃດໜຶ່ງ ຫຼື ເນື້ອຫາທັງໝົດທີ່ໄດ້ອັບໂຫລດລົງ ) ຢູ່ຂອບ ເຂດທົ່ວໂລກ, ບໍ່ວ່າຈະເວລາໃດ, ໃນຮູບແບບໃດ, ເທັກໂນໂລຢີໃດທີ່ບໍ່ຕ້ອງການຄ່າແຮງງານ ( ເງິນໂບນັດ, ຄ່າ ໃຊ້ຈ່າຍ, ຄ່າທຳນຽມ ແລະ ບັນດາລາຍຈ່າຍອື່ນໆ…); ເນື້ອຫາທັງໝົດສາມາດຄົງຢູ່ໃນ uClip ເຖິງແມ່ນວ່າ ບັນຊີຂອງທ່ານຈະຖືກລົບດ້ວຍເຫດຜົນໃດກໍ່ຕາມ.
  • uClip ຈະບໍ່ຕອບສະໜອງບັນດາທີ່ປຶກສາສະເພາະ. ຜູ້ນຳໃຊ້ຕ້ອງໄດ້ຕັດສິນວຽກການນຳໃຊ້ບັນດາຂໍ້ມູນທີ່ ປຶກສາທັງໝົດເອງ ແລະ ຍອມຮັບຜິດຊອບຕໍ່ກັບບັນດາໄພອັນຕະລາຍ, ຜົນເສຍຫາຍທີ່ສາມາດຈະເກີດຂຶ້ນໄດ້.
  • ບໍ່ນຳໃຊ້ລະຫັດທີ່ຜິດກົດ / ຂໍ້ມູນສ່ວນຕົວຂອງສະມາຊິກອື່ນເທິງ uClip. ບໍ່ຂັດຂວາງ, ກີດກັ້ນໃຫ້ຜູ້ອື່ນນຳ ໃຊ້ uClip.
  • ຫ້າມທຸກໆການກະທຳທີ່ລ່ວງລະເມີດ, ໃຊ້ປະໂຫຍດຈາກຄວາມຜິດພາດຂອງລະບົບ uClip ເພື່ອຫາຜົນປະ ໂຫຍດໃສ່ຕົວ, ສ້າງຄວາມເສຍຫາຍໃຫ້ແກ່ທາງຜູ້ສະໜອງການບໍລິການ.
  1. ສິດ, ຄວາມຮັບຜິດຊອບຂອງຜູ້ສະໜອງບໍລິການ uClip
  1. ສິດຂອງຜູ້ສະໜອງບໍລິການ uClip
  • ມີສິດລົບບໍ່ວ່າຈະເປັນຂໍ້ມູນໃດ, ຫຼື ການປ່ຽນແປງຜົນສະແດງ, ພາກສ່ວນ / ບົດບາດໜ້າທີ່ / ເນື້ອຫາຂອງໜ້າ uClip ບໍ່ວ່າຈະຢູ່ຈຸດເວລາໃດກໍ່ຕາມໂດຍບໍ່ຕ້ອງແຈ້ງ.
  • ມີສິດໃນການປ່ຽນແປງບັນດາເນື້ອຫາຂອງການເຫັນພ້ອມກັນນີ້ໂດຍບໍ່ໄດ້ແຈ້ງໃຫ້ຮູ້ກ່ອນລ່ວງໜ້າ. ການນຳໃຊ້ uClip ຢ່າງຕໍ່ເນື່ອງພາຍຫຼັງທີ່ໄດ້ດັດແປງ, ຜູ້ໃຊ້ໄດ້ເຫັນດີຕົກລົງ.
  • ມີສິດນຳໃຊ້, ເຜີຍແຜ່ ຫຼື ຮັກສາໄວ້ບໍ່ວ່າຈະເປັນເນື້ອຫາໃດກໍ່ຕາມທີ່ໄດ້ອັບລົງ ( ປະກອບມີຂໍ້ມູນສ່ວນຕົວທັງ ໝົດຖ້າສຳນັກງານມີອຳນາດຮຽກຮ້ອງຕັດສິນ ). ໃນຂະນະດຽວກັນກໍ່ມີສິດແກ້ໄຂດັດແປງຕໍ່ກັບບັນດາຄວາມ ຄິດເຫັນ ຫຼື ບັນດາຮູບແບບການແຈ້ງເຕືອນອື່ນເຊິ່ງຜູ້ຊົມໃຊ້ຟຣີ.
  • ມີສິດແກ້ໄຂບັນດາຂໍ້ມູນທີ່ໄດ້ອັບໂຫລດໃຫ້ເໝາະສົມກັບຮີດຄອງປະເພນີອັນດີງາມ, ກົດຂໍ້ບັງຄັບດ້ານສິນທຳ ແລະ ຮັບປະກັນຄວາມສະຫງົບສຸກຂອງປະເທດ. ອະນຸຍາດ ຫຼື ບໍ່ອະນຸຍາດໃຫ້ເນື້ອຫາປະກົດຂຶ້ນຢູ່ uClip.
  • ມີສິດບໍ່ຊັດເຈນຖືກຕ້ອງບໍ່ວ່າບັນຫາໃດໜຶ່ງ / ເຫດການໃດໜຶ່ງ, ກັບຈຸດປະສົງໃດໜຶ່ງ, ສອດຄ່ອງກັບບຸກຄົນ ໃດໜຶ່ງ, ຜະລິດຕະພັນ ຫຼື ບໍລິການໃດໜຶ່ງຂອງຝ່າຍທີ່ 3.
  • ມີສິດປະຕິເສດ, ໂຍກຍ້າຍ ຫຼື ກີດກັ້ນການເຂົ້າເຖິງເນື້ອຫາໃດກໍ່ຕາມທີ່ໄດ້ອັບໂຫລດລົງ, ບໍ່ວ່າຈະດ້ວຍເຫດ ຜົນໃດ, ມີ ຫຼື ບໍ່ມີການແຈ້ງເຕືອນ. ໃນຂະນະດຽວກັນມີສິດປະຕິເສດການໃຫ້ອະນຸຍາດເຂົ້າເຖິງຖ້າວ່າຜູ້ໃຊ້ ລ່ວງລະເມີດບໍ່ວ່າຈະເປັນຂໍ້ກຳນົດໃດກໍ່ຕາມທີ່ຢູ່ໃນຂໍ້ຕົກລົງນີ້.
  • ເມື່ອເຂົ້າໜ້າເວັບນີ້ແມ່ນທ່ານໄດ້ເຫັນດີກ່ອນວ່າທຸກໆຂໍ້ມູນເຊິ່ງທ່ານໄດ້ໂອນຍ້າຍມາເປັນຊັບສິນຂອງ uClip. ບັນດາຂໍ້ມູນນີ້ແມ່ນຈະໄດ້ uClip ແລະ Unitel ມີສິດນຳໃຊ້ ແລະ ຈະບໍ່ເສຍຄ່າໃດໆທັງໝົດ. ຜູ້ໃຊ້ບໍ່ມີສິດ ຮຽກຮ້ອງຈຳນວນເງິນໃດໆທີ່ກ່ຽວຂ້ອງເຖິງວຽກການນຳໃຊ້ຂໍ້ມູນນີ້.
  • Unitel ໃຫ້ຄຳໝັ້ນສັນຍາວ່າຈະບໍ່ແບ່ງປັນບັນດາຂໍ້ມູນສ່ວນຕົວ ( ປະກອບມີ: ປະຫວັດຂໍ້ມູນ, ອີເມວ, ລະ ຫັດ ) ໂດຍບໍ່ມີການຮັບອະນຸຍາດຈາກສະມາຊິກຄົນນັ້ນ. ຜູ້ໃຊ້ uClip ໄດ້ຮັບອະນຸຍາດການແບ່ງປັນລົງອິນ ເຕີເນັດ, ກັບເງື່ອນໄຂແມ່ນຕ້ອງຈົດແຈ້ງແຫຼ່ງຄົ້ນຫາ ແລະ ຂໍ້ມູນກຳມະສິດຢ່າງລະອຽດ.
  1. ຄວາມຮັບຜິດຊອບຂອງຜູ້ສະໜອງບໍລິການ uClip
  • Unitel ຕອບສະໜອງໃຫ້ uClip ຕາມຄຳໝັ້ນສັນຍາ, ຈຸດໝາຍທີ່ໄດ້ສະເໜີໃນຕອນທີ່ເຫັນດີພ້ອມ.
  • Unitel ຈະບໍ່ຮັບຜິດຊອບຫຼັກກົດໝາຍໃດໆໃຫ້ກັບບັນດາຄວາມເສຍຫາຍ ( ໂດຍຕົງ/ທາງອ້ອມ ) ທີ່ເກີດຂຶ້ນ ຈາກວຽກການນຳໃຊ້ ຫຼື ບໍ່ສາມາດນຳໃຊ້ຂໍ້ມູນເທິງ uClip.
  • Unitel ຈະບໍ່ຮັບຜິດຊອບຖ້າຂໍ້ມູນທີ່ນຳອອກມານັ້ນບໍ່ໄດ້ຮັບການອັບເດດຕາມຄວາມຕ້ອງການຂອງຜູ້ນຳໃຊ້. ແລະ ບໍ່ຮັບຜິດຊອບຕໍ່ກັບບັນດາຂໍ້ມູນທີ່ໄດ້ອັບລົງ.
  1. ບັນດາເນື້ອຫາທີ່ຖືກຫ້າມແລກປ່ຽນ, ແບ່ງປັນເທິງສັງຄົມອອນລາຍ uClip
  • ຫ້າມການເຜີຍແຜ່ໂຄສະນາ, ຕໍ່ຕ້ານອຳນາດການປົກຄອງ, ລັດຖະບານ. ບໍ່ເກັບຮັກສາເນື້ອຫາທີ່ທຳລາຍຮີດຄອງ ປະເພນີ, ຫຼື ການເປີດເຜີຍຄວາມລັບຂອງລັດ, ຄວາມລັບດ້ານຄວາມປອດໄພ, ເສດຖະກິດ ແລະ ບັນດາການ ກະທຳທີ່ລ່ວງລະເມີດກົດໝາຍອື່ນຕາມຂໍ້ກຳນົດຂອງກົດໝາຍລາວ…ໃນກໍລະນີທີ່ກວດເຫັນ, ຈະຖືກລົບບັນຊີ ຖິ້ມ ແລະ ສາມາດສະໜອງຂໍ້ມູນສ່ວນບຸກຄົນໃຫ້ແກ່ເຈົ້າໜ້າທີ່ດຳເນີນການຕາມລະບຽບກົດໝາຍ.
  • ຫ້າມມີການດູຖູກຜູ້ອື່ນບໍ່ວ່າຈະເປັນໃນຮູບແບບໃດກໍ່ຕາມເພື່ອການ ( ເຍາະເຍີ້ຍ, ການຢຽດສາສະໜາ, ເພດ, ເຊື້ອຊາດ…)
  • ຫ້າມໃຫ້ມີການແອບອ້າງເປັນບຸກຄົນອື່ນໂດຍເຈດຕະນາ ຫຼື ເຮັດໃຫ້ຜູ້ອື່ນເຂົ້າໃຈຜິດວ່າຕົນເປັນບຸກຄົນອື່ນຢູ່ uClip. ທຸກໆການລ່ວງລະເມີດແມ່ນຈະໄດ້ຮັບການແກ້ໄຂ ຫຼື ຈະຖືກປິດບັນຊີ.
  • ຫ້າມການກະທຳໃດໆທີ່ເປັນການລ່ວງລະເມີດລິຂະສີດ, ຊັບສິນທາງປັນຍາ, ການຄ້າຂາຍທາງອີເລັກໂທຣນິກ ແລະ ຂໍ້ກຳນົດອື່ນໆຂອງກົດໝາຍໂດຍເດັດຂາດ.
  • ຫ້າມຄັດລອກ, ນຳໃຊ້ເພື່ອຈຸດປະສົງທາງການຄ້າ ຫຼື ຮູບການອື່ນທີ່ລ່ວງລະເມີດເຖິງສິດຂອງເຈົ້າຂອງໂດຍບໍ່ໄດ້ ຮັບການຍິນຍອມເປັນລາຍລັກອັກສອນຂອງບໍລິການ. ການລ່ວງລະເມີດທັງໝົດແມ່ນຈະຖືກຢຸດໃຫ້ບໍລິການ ແລະ ລົງໂທດຕາມກົດໝາຍທີ່ໄດ້ວາງອອກ.
  • ຫ້າມສົ່ງ ຫຼື ການເຜີຍແຜ່ຂໍ້ມູນໃດໆທີ່ຕົນບໍ່ໄດ້ເປັນເຈົ້າຂອງເວັ້ນແຕ່ວ່າຂໍ້ມູນນັ້ນແມ່ນໄດ້ສະໜອງໃຫ້ຟຣີ.
  • ຫ້າມສົ່ງຂໍ້ມູນທີ່ບັນຈຸປະເພດພວກໄວຣັດ ຫຼື ບັນດາອົງປະກອບທີ່ກໍ່ໃຫ້ເກີດຄວາມເສຍຫາຍເທິງລະບົບ uClip ແລະ ບັນດາສະມາຊິກໃນ uClip. ຫ້າມສວຍໂອກາດຈາກຄວາມຜິດພາດຂອງລະບົບເພື່ອຫາຜົນປະ ໂຫຍດໃສ່ຕົວແລ້ວສ້າງຄວາມເສຍຫາຍໃຫ້ແກ່ຜູ້ຜະລິດ ແລະ ສະມາຊິກຂອງ uClip.
  • ຫ້າມບໍ່ໃຫ້ຖະແຫຼງການ ຫຼື ເປັນຜູ້ຕາງໜ້າ ຫຼື ສ້າງບັນດາຂໍ້ມູນປອມແປງໃຫ້ແກ່ບັນດາວິສາຫະກິດ / ອົງກອນ.
  • ຫ້າມມີການກະທຳທີ່ຈຳກັດ / ຫ້າມໃຫ້ຜູ້ໃຊ້ອື່ນນຳໃຊ້ແອັບ uClip.
  1. ກົນໄກການແກ້ໄຂຕໍ່ກັບບັນດາສະມາຊິກລ່ວງລະເມີດຂໍ້ຕົກລົງໃນການໃຊ້ງານ ແລະ ນຳໃຊ້ບໍລິ ການ uClip
  • ໃນກໍລະນີບໍ່ປະຕິບັດຕາມບັນດາຂໍ້ກຳນົດການນຳໃຊ້, ບັນດາລະດັບການລ່ວງລະເມີດ, ທ່ານຈະຖືກເຕືອນໂດຍ ຜ່ານການສົ່ງຂໍ້ຄວາມ/email/ລົບບັນຊີຂອງທ່ານຢ່າງຖາວອນໂດຍບໍ່ຕ້ອງແຈ້ງໃຫ້ຮູ້ກ່ອນລ່ວງໜ້າ. ຖ້າການ ລ່ວງລະເມີດ, ກໍ່ໃຫ້ເກີດຜົນກະທົບຢ່າງຮ້າຍແຮງ, Unitel ສາມາດນຳເອົາຄະດີນີ້ໄປໃຫ້ອົງການຂອງລັດເພື່ອ ແກ້ໄຂຕາມຂໍ້ກຳນົດດ້ານກົດໝາຍ.
  1. ກົນໄກການແກ້ໄຂຄຳຮ້ອງຟ້ອງ, ໍ້ຂັດແຍ່ງລະຫວ່າງບັນດາສະມາຊິກກັບຜູ້ໃຫ້ບໍລິການ uClip ຫຼື ບັນດາອົງກອນ, ບຸກຄົນອື່ນໆ
  • ທຸກໆຄຳຮ້ອງຂໍ, ຂໍ້ຂັດແຍ່ງລະຫວ່າງບັນດາຜູ້ຊົມໃຊ້ບໍລິການແມ່ນສົ່ງຫາໂດຍຕົງເຖິງ Unitel ຜ່ານ fanpage uClip ຢູ່ facebook; ໂດຍຜ່ານ mail:……………… ຫຼື hotline ຂອງບໍລິການ. ຫຼັງຈາກທີ່ໄດ້ຮັບຄຳ ຮ້ອງທຸກ, Unitel ຈະແກ້ໄຂຂໍ້ຂັດແຍ່ງ.
  • ຄຳຮ້ອງຂໍຮຽກຮ້ອງໄດ້ຖືກສົ່ງໄປສູງສຸດ 3 ຄັ້ງ. ຖ້າຫຼາຍກວ່າ 3 ຄັ້ງຍັງບໍ່ໄດ້ຮັບການແກ້ໄຂໂດຍອີງໃສ່ຂອບເຂດ ລະດັບການລ່ວງລະເມີດຂອງຝ່າຍຕ່າງໆ, Unitel ມີສິດໃນການແກ້ໄຂຄຳຮ້ອງທຸກບົນພື້ນຖານບັນດາຂໍ້ກຳນົດ ຂອງຂໍ້ຕົກລົງສະບັບນີ້.
  1. ຂອບເຂດກຳນົດ ແລະ ຂໍ້ຈຳກັດຄວາມຮັບຜິດຊອບ
  • Unitel ຈະບໍ່ຮັບຜິດຊອບຕໍ່ກັບບັນດາເນື້ອຫາໂດຍຜູ້ໃຊ້ອັບໂຫລດລົງ, ແບ່ງປັນໃນ uClip. ຜູ້ທີ່ອັບລົງຈະ ຕ້ອງຮັບຜິດຊອບບັນດາເນື້ອຫາວິດີໂອ/ຮູບພາບ/ໄລຟສົດ ທັງໝົດ. ຖ້າລ່ວງລະເມີດແມ່ນຕ້ອງໄດ້ທົດແທນ, ແລະ ຊົດເຊີຍໃຫ້ແກ່ Unitel ແລະ ບັນດາເຈົ້າຂອງລິຂະສິດທີ່ເສຍຫາຍທັງໝົດ, ຄ່າໃຊ້ຈ່າຍ ( ຄ່າທຳນຽມ ຂອງທະນາຍຄວາມ ແລະ ຄ່າໃຊ້ຈ່າຍຂອງສານ, ບັນດາຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງ ).
  • ຂໍ້ກຳນົດການໃຊ້ງານຂອງ Website ນີ້ຜົນບັງຄັບໃຊ້ຕັ້ງແຕ່ວັນທີ …. ເດືອນ …. ປີ ….